ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັັດເຊຍ ແລະ ສປປ ເກົາຫຼີ ເຊັນສັນຍາ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ


ທ່ານ ວະລາດີ ເມຍ ປູຕິນປະທານາທິບໍດີ ລັດເຊຍ ກັບ ທ່ານ ກິມ ຈອງອຸນ ເລຂາທິການໃຫຍ່ ຄະນະກຳມະການ
ສູນກາງພັກແຮງງານເກົາຫຼີ ປະທານຄະນະກຳມະການ ແຫ່ງ ລັດ ສປປ ເກົາຫຼີ

     ຂ່າວສານຊີອາໄອ ລາຍງານໃຫ້ຮູ້ໃນວັນທີ 20 ມິຖຸນາ 2024 ຜ່ານມານີ້ວ່າ: ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ລັດເຊຍ ກັບ
ທ່ານ ກິມ ຈອງອຸນ ເລຂາທິການໃຫຍ່ຄະນະກຳມະການ ສູນກາງພັກແຮງງານເກົາຫຼີ ປະທານຄະນະກຳມະການ ແຫ່ງ ລັດ ສປປ ເກົາຫຼີ
ໄດ້ເຊັນສັນຍາ ການພົວພັນຄູ່ຮ່ວມຍຸດທະສາດ ຮອບດ້ານຢູ່ນະຄອນຫຼວງພຽງຢາງ.

     ທ່ານ ປູຕິນ ກ່າວວ່າ: ສັນຍາ ສະບັບນີ້ ມີຄວາມໝາຍສຳຄັນ ທີ່ສຸດ, ຈະກາຍເປັນພື້ນຖານທີ່ຂະຫຍາຍການພົວພັນລະຫວ່າງສອງປະເທດ
ຕື່ມອີກໃນອະນາຄົດ. ທ່ານ ກິມ ຈອງອຸນ ກ່າວວ່າ: ສັນຍາລະຫວ່າງ ສປປ ເກົາຫຼີ-ຣັດເຊຍ ຈະເລັ່ງລັດການສ້າງໂລກໃໝ່ ທີ່ມີຫຼາຍຂົ້ວ.

     ທ່ານ ຍັງກ່າວຕື່ມວ່າ: ການພົວພັນລະຫວ່າງ ສປປ ເກົາຫຼີ ກັບ ລັດເຊຍ ໄດ້ຍົກສູງຂຶ້ນເຖິງລະດັບເປັນພັນທະມິດແລ້ວ. ອີງຕາມສັນຍາທີ່
ສອງປະເທດ ໄດ້ເຊັນກັນ, ເມື່ອຝ່າຍໜຶ່ງຖືກຮຸກຮານຈາກປະເທດອື່ນ, ອີກຝ່າຍຕ້ອງສະ ໜອງການຊ່ວຍເຫຼືອ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/06/2024